• ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນ
  • ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍ
  • ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈ
  • ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ໃນຕອນເຊົ້າວັນທີ່ 14 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບມະຫາຊົນຜູ້ກ້າວ...
ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ວັນທີ 23 ກັນຍາ 2021 ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຮ່ວ...
ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ວັນທີ 31 ສິງຫາ 2021 ຄະນະໂຄສະນາອົບຮົມແຂວງຄຳມ່ວນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຮັດວຽກຢູ່ເມື...
ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ວັນທີ​ 16 ພະຈິກ 2021 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຄຳສັ່ງ...
ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄມລວມ

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄມລວມ

ວັນທີ 16 ກໍລະກົດ 2021 ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄ...
Previous
Next

ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ໃນຕອນເຊົ້າວັນທີ່ 14 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສຳຮອງຂຶ້ນເປັນສະມາຊິກພັກສົມບູນ

ໂດຍການເປັນປະທານຂອງ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຕາງໜ້າຈາກຄະນະໜ່ວຍພັກອ້ອມຂ້າງ, ຄະນະພັກ, ສະມາຊິກພັກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

     ສະຫາຍ ແກ້ວລາ ພິມມະສອນ ຫົວໜ້າຂະແໜງພັກ, ຄະນະຈັດຕັ້ງແຂວງ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ມີ 2 ສະຫາຍ, ຍິງ 1 ສະຫາຍ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ມີ 2 ສະຫາຍ, ຍິງ 2 ສະຫາຍ  ແລະ ມອບມະຕິຕົກລົງໃຫ້ສະຫາຍສະມາຊິກພັກໃໝ່ໂດຍ ສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂອກາດດຽວກັນນັ້ນ ສະຫາຍ ສົມພົງ ວັນໄພທອງ ໄດ້ກ່າວຮັບເອົາພ້ອມມີຄຳເຫັນໂອ້ລົມໃນພິທີໃຫ້ບັນດາສະຫາຍສະມາຊິກພັກໃໝ່ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເພື່ອໃຫ້ຕົນເອງກາຍເປັນບຸກຄົນດີເດັ່ນໃນຂະບວນການຮັກຊາດ ແລະ ພັດທະນາ, ກາຍເປັນສະມາຊິກພັກທີ່ກຽມຄວາມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນກໍ່ຄືຮັບໃຊ້ໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ໄດ້ຮັບດ້ວຍໝາກຜົນສຳເລັດສູງ.

ວີດີໂອ....