ວັນທີ 12 ພຶດສະພາ 2023 ທີ່ສະໂມສອນເມືອງໄຊບົວທອງ ເປີດກອງປະຊຸມ ຈັດຕັ້ງຜັນຂະຫາຍຜົນສຳເລັດວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງຊາດ-ຂອງພັກ
ໂດຍການເປັນປະທານຮ່ວມຂອງສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ນວນຕາ ແກ້ວນະວົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊບົວທອງ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ເຂົ້າຮ່ວມທັງໝົດ 86 ສະຫາຍ, ຍິງ 14 ສະຫາຍ. ກອງປະຊຸມດັ່ງກ່າວໄດ້ນຳເອົາ 4 ເນື້ອໃນເອກະສານມາເຜີຍແຜ່ເຊື່ອມຊຶມຄື: ວັນຜ່າວົງປິດລ້ອມຂອງກອງພັນທີສອງວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 64 ປີ(18/5/1959-18/5/2023), ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ( 24/5/1960-24/5/2023), ບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2018-2022 ແລະ ທິດທາງຮອດປີ 2025, ຄໍາເຫັນຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V.