ວັນທີ 4 ພຶດສະພາ 2023 ທີ່ເມືອງນາກາຍເປີດກອງປະຊຸມ ຈັດຕັ້ງຜັນຂະຫາຍຜົນສຳເລັດວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໂດຍການເປັນປະທານຮ່ວມຂອງສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ
, ສະຫາຍ ດຣ ບຸນມີ ທານຸວົງ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັຮາກຖານ, ເລຂາຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ເຂົ້າຮ່ວມທັງໝົດ 90 ສະຫາຍ, ຍິງ 28 ສະຫາຍ.
ກອງປະຊຸມດັ່ງກ່າວໄດ້ນຳເອົາ 4 ເນື້ອໃນເອກະສານມາເຜີຍແຜ່ເຊື່ອມຊຶມຄື:
1. ວັນຜ່າວົງປິດລ້ອມຂອງກອງພັນທີສອງວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 64 ປີ(18/5/1959-18/5/2023).
2. ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ( 24/5/1960-24/5/2023).
3. ບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2018-2022 ແລະ ທິດທາງຮອດປີ 2025.
4. ຄຳເຫັນຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V.
ໃນຕອນທ້າຍ ສະຫາຍ ສົມພົງ ວັນໄພທອງ ຍັງໄດ້ມີຄຳເຫັນເນັ້ນໜັກຕໍ່ວຽກງານການເມືອງ-ແນວຄິດ ຕໍ່ກັບຜູ້ເຂົ້າຮ່ວມຢ່າງກົງໄປກົງມາ ແລະ ຍັງໄດ້ມອບເຄື່ອງຊ່ວຍເຫລືອຈຳນວນໜຶ່ງ.