• ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນ
  • ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍ
  • ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈ
  • ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ໃນຕອນເຊົ້າວັນທີ່ 14 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບມະຫາຊົນຜູ້ກ້າວ...
ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ວັນທີ 23 ກັນຍາ 2021 ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຮ່ວ...
ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ວັນທີ 31 ສິງຫາ 2021 ຄະນະໂຄສະນາອົບຮົມແຂວງຄຳມ່ວນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຮັດວຽກຢູ່ເມື...
ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ວັນທີ​ 16 ພະຈິກ 2021 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຄຳສັ່ງ...
ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄມລວມ

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄມລວມ

ວັນທີ 16 ກໍລະກົດ 2021 ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄ...
Previous
Next

ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວວຽກງານໂຄສະນາເຄື່ອນທີ່ບ້ານສ້າງແກ້ວ

     ໃນວັນທີ 28 ເມສາ 2023 ທີ່ບ້ານສ້າງແກ້ວ ເມືອງຍົມມະລາດແຂວງຄຳມ່ວນ ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວວຽກງານໂຄສະນາເຄື່ອນທີ່ ເພື່ອສຶກສາອົບຮົມແນວຄິດການເມືອງ ແລະ ເກັບກຳຂໍ້ມູນຫາງສຽງສັງຄົມ.

ໃຫ້ກຽດເປັນປະທານໂດຍທ່ານ ສີຄຳ ແພງພົງພັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ພັທ ຄຳອອນ ອຸດົມສິງ ຫົວໜ້າກອງບັນຊາການ ປກສ ເມືອງ ມີບັນດາທ່ານເລຂາ - ຮອງເລຂາພັກບ້ານ ແລະ ສະມາຊິກພັກໃນ 5 ບ້ານຄື: ບ້ານສ້າງແກ້ວ, ບ້ານທາດ, ບ້ານເຫຼົ່າ, ບ້ານທ່າໂທດ ແລະ ບ້ານນາລາດຄວາຍເຂົ້າຮ່ວມ.

 ທ່ານ ສີຄຳ ແພງພົງພັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານເອກະສານຊາດລາວຄົນລາວເປັນເຈົ້າຂອງ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຟັງເພື່ອເຮັດໃຫ້ການຈັດຕັ້ງບ້ານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈເຖິງການນຳພາຂອງພັກປະຊາຊົນປະຕິວັດລາວ, ສິດເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນບັນດາເຜົ່າເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການຂອງບ້ານໃນແຕ່ລະບ້ານເພື່ອພ້ອມກັນແກ້ໄຂບັນຫາທີ່ເກີດຂື້ນ ແລະ ນຳສະເໜີຄະນະພັກຂັ້ນເທິງຄົ້ນຄວ້າແກ້ໄຂຄຳສະເໜີທີ່ຄົງຄ້າງ ທັງນີ້ກໍ່ເພື່ອເຮັດໃຫ້ການນຳພາຂອງການຈັດຕັ້ງບ້ານ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັບມື້ນັບດີຂື້ນເລື່ອຍໆ.

ວີດີໂອ....