ວັນທີ 10 ເມສາ 2023 ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ ຈັດກອງປະຊຸມຜັນຂະຫຍາຍເນື້ອໃນວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V
ແລະ ປາຖະກະຖາວັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023), ວັນເສຍອົງຄະ, ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 77 ປີ (21/3/1946-21/3/2023) ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ແກ້ວວັນໄຊ ສຸກແສນທອງ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຄຳມ່ວນ, ມີບັນດາພະນັກງານ, ອາຈານ ແລະ ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ່ I ເຂົ້າຮ່ວມ 77 ສະຫາຍ, ຍິງ 21 ສະຫາຍ
ສະຫາຍ ສົມພົງ ວັນໄພທອງ ໄດ້ເລົ່າເຖິງມູນເຊື້ອ, ຄວາມເປັນມາຂອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ຄວາມໝາຍ,ຄວາມສຳຄັນແຫ່ງການນໍາພາຂອງພັກເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ມູນເຊື້ອອັນພິລະອາດຫານແຫ່ງ ການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ເພື່ອຮັບຮູ້ເຖິງຄວາມເປັນມາ ແລະ ການຕໍ່ສູ້ອັນດຸເດືອດກ້າແກ່ນຂອງວັນເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ, ໂອກາດດຽວກັນນັ້ນກໍໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2003-2023, ທິດທາງຮອດປີ 2025 ແລະ ຜ່ານຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ຕໍ່ກອງປະຊຸມສະຫຼຸບວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໂດຍເນັ້ນວ່າວຽກງານການເມືອງແນວຄິດນັ້ນຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜຶ່ງໃນວຽກງານຂອງພັກເຮົາໃນໄລຍະໃໝ່, ແນວຮົບນີ້ມັນຕ້ອງສອດຫ້ອຍເຂົ້າໄປໝົດທຸກການ ເຄື່ອນໄຫວຂອງພັກ, ຂອງລັດ, ຂອງອົງການຈັດຕັ້ງມະຫາຊົນ, ຂອງທຸກຊັ້ນຄົນໃນສັງຄົມ ເໝືອນດັ່ງສາຍເລືອດທີ່ຫລໍ່ລ້ຽງຮ່າງກາຍຂອງຄົນເຮົາ, ຢາກເຮັດໃຫ້ສະໜາມຮົບຂອງວຽກງານການເມືອງແນວຄິດໄດ້ຮັບໄຊຊະນະ, ພັກເຮົາຕ້ອງໄດ້ແກ້ໄຂບັນດາ ບັນຫາທີ່ພະນັກງານ, ປະຊາຊົນຊັ້ນຄົນຕ່າງໆ ຕັ້ງຂຶ້ນ ແລະ ມີຄວາມປາຖະໜາຢາກໃຫ້ພັກເຮົາແກ້ໄຂຄື: ແກ້ການສໍ້ລາດບັງຫຼວງ, ແກ້ຄວາມບໍ່ດຸ່ນດ່ຽງໃນການພັດທະນາ, ແກ້ຄວາມເຫຼື່ອມລໍ້າຂອງສັງຄົມ ຫຼື ເວົ້າຢ່າງໜຶ່ງຮັດແຄບຄວາມແຕກໂຕນ, ແກ້ການຂາດປະສິດທິພາບຂອງກົງຈັກ; ແກ້ບັນຫາກົນໄກຂອງກົງຈັກແຕ່ເທິງລົງລຸ່ມເພື່ອບໍ່ໃຫ້ເປັນກົງຈັກ ແລະ ກົນໄກທີ່ເກະກະ, ອາຍາສິດ, ແຂງກະດ້າງ, ຂາດປະຊາທິປະໄຕ, ກົນໄກທີ່ມີຊ່ອງວ່າງໃຫ້ມີການກວດກາຍາກ, ແກ້ພະຍາດອາຍາສິດ, ຫ່າງເຫີນມະຫາຊົນ, ຂາດນໍ້າໃຈຮັບໃຊ້ປະຊາຊົນ, ແກ້ແນວຄິດຄອງເດີມບໍ່ຢາກປ່ຽນແປງເປັນຕົ້ນ.