ໃນຕອນເຊົ້າຂອງວັນທີ 29 ສິງຫາ 2022 ຢູ່ທີ່ສະໂມສອນຫ້ອງວ່າການເມືອງທ່າແຂກ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ, ວັນຢຶດອໍານາດ ຄົບຮອບ 47 ປີ ແລະ ຫວນຄືນມູນເຊື້ອການກຳເນີດຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 72 ປີ,
ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູຄ້ຳ ແສງດາລາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນເມືອງ, ມີບັນດາຄະນະບໍລິຫານງານພັກເມືອງ, ຄະນະຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານເຂດ, ກອງບັນຊາການ ປກສ-ປກຊ ເມືອງ, ພະນັກງານວິຊາການພາຍໃນຫ້ອງການອ້ອມຂ້າງ ແລະ ການຈັດຕັ້ງບ້ານພາຍໃນເທດສະບານເມືອງເຂົ້າຮ່ວມທັງໝົດ 132 ຄົນ, ຍິງ 54 ຄົນ.
ໃນພິທີ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ ແລະ ວັນຢຶດອຳນາດຄົບຮອບ 47 ປີ ໂດຍ ທ່ານ ພູຄ້ຳ ແສງດາລາ ຮອງເລຂາພັກເມືອງ ແລະ ທ່ານ ໄມຕີ ຫານວິຈິດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ກໍສຶບຕໍ່ເລົ່າມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 72 ປີ.