ວັນທີ 29 ກໍລະກົດ 2022 ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຈັດພິທີ ປາຖະກະຖາລະນຶກວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955- 20 ກໍລະກົດ 2022) ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ,
ໂດຍການເປັນປະທານຂອງທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີບັນດາສະມາຊິກແມ່ຍິງທັງໝົດເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານ ນາງ ບຸນເລີດ ສີຫາລາດ ປະທານໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງກໍໄດ້ເລົ່າເຖິງມູນເຊື້ອຂອງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວກໍ່ຄືແມ່ຍິງບັນດາເຜົ່າທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະ 67 ປີ ທີ່ຜ່ານມາ.