ໃນວັນທີ 14 ມິຖຸນາ 2022 ທີ່ສະໂມສອນໃຫ່ຍເມືອງມະຫາໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ 2022 ຄົບຮອບ 98 ປີ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ
ໂດຍການເຂົ້າຮ່ວມຂອງທ່ານ ສົມພົງ ວັນໄພທອງ ຄະນະກຳມະການປະຈຳພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ, ທ່ານ ສົມບູນ ແກ້ວວົງສາ ເລຂາພັກເມືອງ, ເຈົ້າເມືອງໆມະຫາໄຊ, ມີບັນດາທ່ານການນໍາຂັ້ນເມືອງ, ພະນັກງານອ້ອມຂ້າງ, ພາກສ່ວນທີ່ກ່ຽວຂ້ອງ, ຕະຫຼອດເຖິງນ້ອງນັກຮຽນເຍົາວະຊົນ-ອານຸຊົນ ແລະ ຜູ້ປົກຄອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວການນຳຂັ້ນແຂວງ, ຂັ້ນເມືອງ, ພະນັກງານອ້ອມຂ້າງເມືອງໄດ້ຮ່ວມກັນປູກຕົ້ນໄມ້ທີ່ສວນສາລະນະຂອງເມືອງ ແລະ ໄດ້ຮັບຟັງການຜ່ານສານອວຍພອນຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ພ້ອມທັງຜ່ານປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ແລະ ຮັບຊົມການສະແດງສິນລະປະວັນນະຄະດີ ຂອງນ້ອງນ້ອຍອານຸບານ, ຖາມ-ຕອບຄວາມຮູ້ດ້ານວິທະຍາສາດ ແລະ ໃນເວລາຕໍ່ມາກໍໄດ້ມີການເຂົ້າຮ່ວມກິດຈະກຳຫຼີ້ນກິລາບານເຕະໂດຍມີທີມການນຳຂອງເມືອງ ແລະ ທີມນັກທຸລະກິດພາຍໃນເມືອງເຂົ້າຮ່ວມ.