• ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແ
  • ສືບຕໍ່ຜັນຂະຫາຍຜົນສໍາເລັດວຽກງານການ
  • ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວ
  • ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍ
  • ລົງຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວ ກາ
ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

     ວັນທີ 4 ພຶດສະພາ 2023 ທີ່ເມືອງນາກາຍເປີດກອງປະຊຸມ ຈັດຕັ້ງຜັນຂະຫາຍຜົນ...
ສືບຕໍ່ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

ສືບຕໍ່ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

     ວັນທີ 12 ພຶດສະພາ 2023 ທີ່ສະໂມສອນເມືອງໄຊບົວທອງ ເປີດກອງປະຊຸມ ຈັດຕັ້ງຜັນຂະ...
ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວວຽກງານໂຄສະນາເຄື່ອນທີ່ບ້ານສ້າງແກ້ວ

ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວວຽກງານໂຄສະນາເຄື່ອນທີ່ບ້ານສ້າງແກ້ວ

     ໃນວັນທີ 28 ເມສາ 2023 ທີ່ບ້ານສ້າງແກ້ວ ເມືອງຍົມມະລາດແຂວງຄຳມ່ວນ ຄະນະໂຄສະນ...
ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້, ຕິດຕາມວຽກງານການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຕິດຕາມການກໍ່ສ້າງສູນຝຶກອົບຮົມ

ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້, ຕິດຕາມວຽກງານການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຕິດຕາມການກໍ່ສ້າງສູນຝຶກອົບຮົມ

ໃນວັນທີ 30 ກັນຍາ 2021 ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ...
Previous
Next

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວແຂວງ.

     ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 8 ເມສາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ສົມພົງ ວັນໄພທອງ ຄະນະກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,

ເປັນກຽດເຂົ້າຮ່ວມຂອງທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາທ່ານ ຄະນະບໍລິຫານງານພັກແຂວງ, ຄະນະພັກຮາກຖານ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ເລຂາ, ຮອງເລຂາ, ຄະນະບໍລິຫານງານພັກເມືອງ, ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມທັງໝົດ 85 ທ່ານ, ຍິງ 23 ທ່ານ.

     ໃນວາລະດຳເນີນກອງປະຊຸມດັ່ງກ່າວທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງກໍໄດ້ຜ່ານບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ປະຈຳປີ 2021 ແລະ ທິດທາງໜ້າທີ່ວຽກງານຈຸດສຸມໃນປີ 2022 ເຊິ່ງໃນໄລຍະ 1 ປີ ຜ່ານມາຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ, ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດ ຕໍ່ທຸກເປົ້າໝາຍຢ່າງກວ້າງຂວາງ, ໂດຍສະເພາະການຈັດຕັ້ງເຜີຍແຜ່-ຄົ້ນຄວ້າ, ເຊື່ອມຊຶມມະຕິ XI ຂອງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງ ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 163 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 72.741 ຄົນ, ຍິງ 31.632 ຄົນ, ສະມາຊິກພັກ 15.398 ສະຫາຍ, ຍິງ 3.742 ສະຫາຍ, ເທົ່າກັບ 75.98% ຂອງສະມາຊິກພັກໃນທົ່ວແຂວງ, ສຳລັບວຽກງານໂຄສະນາປາຖະກະຖາ ແລະ ປຸກລະດົມກໍ່ໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງຊຸກຍູ້ຈັດຕັ້ງປາຖະກະຖາວັນສຳຄັນຂອງຊາດ, ຂອງພັກ, ວຽກອົບຮົມທິດສະດີ ແລະ ພຶດຕິກຳ, ວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ, ວຽກຂໍ້ມູນຂ່າວສານ, ການປັບປຸງຄຸນນະພາບຂອງວາລະສານໂຄສະນາ-ວາລະສານອາລຸນໃໝ່ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ນອກນັ້ນ ຍັງໄດ້ຕີລາຄາໃຫ້ເຫັນບາງດ້ານອ່ອນຂໍ້ຄົງຄ້າງ ພ້ອມທັງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນຜ່ານມາ, ບັນດາແຜນວຽກຈຸດສຸມໃນແຕ່ລະດ້ານປະຈໍາປີ 2022 ລວມເຖິງມາດຕະການຈັດຕັ້ງປະຕິບັດ, ພ້ອມດຽວກັນນັ້ນກອງປະຊຸມກໍ່ໄດ້ມີຄຳຖາມເຈາະຈີ້ມໃຫ້ບັນດາຜູ້ເຂົ້າຮ່ວມມີການຜັດປ່ຽນຂຶ້ນປະກອບຄຳເຫັນຈາກພະແນກການອ້ອມຂ້າງແຂວງ ແລະ ເມືອງ ທີ່ເຂົ້າຮ່ວມໃນຫົວຂໍ້ຕ່າງໆ ທີ່ໄດ້ກຳນົດໄວ້ໂດຍລົງເລິກການສຶກສາອົບຮົມ ວຽກງານການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໃນຄວາມຮັບຜິດຊອບຂັ້ນຂອງຕົນ.

     ໃນຕອນທ້າຍກອງປະຊຸມທ່ານ ສົມພົງ ວັນໄພທອງ ກໍໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງບັນດາການນຳຂັ້ນແຂວງ ແລະ ຂັ້ນເມືອງ, ສະມາຊິກພັກ, ພະນັກງານຄະນະໂຄສະນາອົບຮົມທຸກຂັ້ນຈົ່ງຍົກສູງຄວາມຮັບຜິດຊອບ ແລະ ພ້ອມກັນສ້າງຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ ຕົກລົງເປັນເອກະພາບເອົາບັນດາເນຶ້ອໃນຈິດໃຈຜົນສຳເລັດຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນຮັບຜິດຊອບຢ່າງມີຫົວຄິດປະດິດສ້າງ, ສຶບຕໍ່ສູ້ຊົນຈັດຕັ້ງປະຕິບັດພັນທະໜ້າທີ່ມອບໝາຍບົນພື້ນຖານບົດຮຽນປະສົບການທີ່ດີຈາກອັນເກົ່າ ຜ່ານຂ້າມໄປຫາບາດກ້າວອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ.