• ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແ
  • ສືບຕໍ່ຜັນຂະຫາຍຜົນສໍາເລັດວຽກງານການ
  • ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວ
  • ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍ
  • ລົງຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວ ກາ
ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

     ວັນທີ 4 ພຶດສະພາ 2023 ທີ່ເມືອງນາກາຍເປີດກອງປະຊຸມ ຈັດຕັ້ງຜັນຂະຫາຍຜົນ...
ສືບຕໍ່ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

ສືບຕໍ່ຜັນຂະຫາຍຜົນສໍາເລັດວຽກງານການເມືອງ-ແນວຄິດຕິດພັນກັບການໂຄສະນາປາຖະກະຖາ ເອກະສານ 2 ວັນປະສາດຂອງພັກ.

     ວັນທີ 12 ພຶດສະພາ 2023 ທີ່ສະໂມສອນເມືອງໄຊບົວທອງ ເປີດກອງປະຊຸມ ຈັດຕັ້ງຜັນຂະ...
ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວວຽກງານໂຄສະນາເຄື່ອນທີ່ບ້ານສ້າງແກ້ວ

ຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໃຫວວຽກງານໂຄສະນາເຄື່ອນທີ່ບ້ານສ້າງແກ້ວ

     ໃນວັນທີ 28 ເມສາ 2023 ທີ່ບ້ານສ້າງແກ້ວ ເມືອງຍົມມະລາດແຂວງຄຳມ່ວນ ຄະນະໂຄສະນ...
ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້, ຕິດຕາມວຽກງານການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຕິດຕາມການກໍ່ສ້າງສູນຝຶກອົບຮົມ

ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້, ຕິດຕາມວຽກງານການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຕິດຕາມການກໍ່ສ້າງສູນຝຶກອົບຮົມ

ໃນວັນທີ 30 ກັນຍາ 2021 ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ...
Previous
Next

ສຳເລັດພິທີຝຶກອົບຮົມບັນຫາພື້ນຖານວຽກງານສັງລວມ-ຫາງສຽງສັງຄົມປະຈຳປີ 2022.

     ໃນວັນທີ 16 ມີນາ 2022 ຄະນະໂຄສະນາອົບຮົມແຂວງສຳເລັດການເປີດຝຶກອົບຮົມບັນຫາພື້ນຖານວຽກງານສັງລວມ-ຫາງສຽງສັງຄົມປະຈຳປີ 2022 ຢູ່ຂັ້ນແຂວງ ທີ່ຫ້ອງປະຊຸມຊັ້ນ 03 ຫ້ອງວ່າການແຂວງ

ໂດຍການເປັນປະທານຂອງທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ,  ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ທ່ານ ນ ແສງຕານ ແກ້ວອິນດາປິງ ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາທ່ານໃນຄະນະພັກຄະນະໂຄສະນາອົບຮົມແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມ.

     ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ່14-16 ມີນາ 2022 ພາຍຫຼັງສໍາເລັດການຝຶກອົບຮົມຄະນະໂຄສະນາອົບຮົມແຂວງກໍໄດ້ອອກໃບຢັ້ນຢືນໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມເພື່ອເປັນບ່ອນອີງ ເປັນກຽດມອບໂດຍທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ແລະ ມີຄຳເຫັນໂອ້ລົມຕໍ່ຊຸດຝຶກອົບຮົມໂດຍທ່ານໄດ້ຮຽກຮ້ອງໃຫ້ບັນດານັກສຳມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ໃຫ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ສືບຕໍ່ກຳແໜ້ນກ່ຽວກັບທິດນຳຂອງພັກ-ລັດ, ເອກະພາບເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາບຂອງພັກ, ລະບຽບກົດໝາຍຂອງລັດ,  ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ,  ເພື່ອວິເຄາະ, ວິໄຈ, ໄຈ້ແຍກອັນໃດຂ່າວລື, ອັນໃດຫາງສຽງ, ເນື່ອງຈາກວ່າໃນປັດຈຸບັນພັກເຮົາເປັນພັກກຳອຳນາດ, ນຳພາໂດຍຜ່ານແນວທາງ, ຜ່ານສະມາຊິກພັກ ແລະ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ ສະນັ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດວາງອອກຄົບຖ້ວນ, ຮັດກຸມແລ້ວ, ຍັງແຕ່ຂອດຈັດຕັ້ງປະຕິບັດ ຫຼາຍອັນຖຶກ, ຫຼາຍອັນດີກໍຮັບການສະໜັບສະໜູນຈາກປະຊາຊົນ, ຈາກສັງຄົມ ສ່ວນອັນບໍ່ດີກໍຈະຖຶກສະທ້ອນກັບ ມີທັງອັນບວກ, ອັນລົບ ດັ່ງປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ “ແນວທາງນະໂຍບາຍຂອງພັກວາງອອກດີປານໃດ ຖ້າພະນັກງານຫາກຈັດຕັ້ງປະຕິບັດບໍ່ຖຶກແນວທາງນັ້ນກໍບໍ່ມີຄວາມໝາຍ” ໂດຍສະເພາະປັດຈຸບັນແມ່ນຍຸກສະໄໝຂໍ້ມູນຂ່າວສານບໍ່ມີຂອບເຂດເປັນຕົ້ນບັນດາສື່ອອນລາຍແມ່ນໄວທີ່ສຸດ, ເຮັດໃຫ້ກຸ່ມຄົນບໍ່ຫວັງດີຍາມໃດກໍຊອກທຸກວິທີທາງໂຄສະນາ ເພື່ອໃສ່ຮ້າຍປ້າຍສີຕໍ່ແນວທາງຂອງພັກ, ດັ່ງນັ້ນຈື່ງຕ້ອງເອົາໃຈໃສ່ຕິດຕາມເກັບກຳໃຫ້ໄດ້ຂໍ້ມູນຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບຂອງຕົນເອງເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ-ພະນັກງານຢູ່ແຕ່ລະຂະແໜງການຊອກວິທີຕອບໂຕ້ ແລະ ແກ້ໄຂໃຫ້ວ່ອງໄວທັນກັບສະພາບການ.