ວັນທີ 2 ມີນາ 2022 ທ່ານ ບຸນເລິງ ເລີດບຸນຊູ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ລົງຊຸກຍູ້ຕິດຕາມກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ
ຢູ່ເມືອງເຊບັ້ງໄຟ ມີ 5 ຈຸດ, ພ້ອມມີຄໍາເຫັນແນະນຳ ແຕ່ລະຈຸດຄື: ບ້ານສັງ, ໂຮງຮຽນ ມ.ສ ບ້ານສັງ, ບ້ານບຶງ, ບ້ານຫ້ວຍລ້າງມື ແລະ ບ້ານນ້ອຍ, ເຊິ່ງປະຈຸບັນເມືອງເຊບັ້ງໄຟແມ່ນກໍາລັງຈັດຕັ້ງຜັນຂະຫຍາຍເຊື່ອມຊຶມໃຫ້ບັນດາພະນັກງານ, ຄູ-ອາຈານ, ນັກຮຽນ, ນາຍບ້ານ ແລະ ປະຊາຊົນພາຍໃນເມືອງທັງໝົດ 45 ບ້ານ ແລະ ສຳເລັດໄປແລ້ວຈຳນວນ 9 ບ້ານ, ໃນນັັ້ນມີຈຳນວນພົນເຂົ້າຮ່ວມທັງໝົດ 1,038 ຄົນ, ຍິງ 455 ຄົນ ແລະ ຈະສືບຕໍ່ເຜີຍແຜ່ເຊື່ອມຊຶມໃຫ້ສໍາເລັດພາຍໃນຕົ້ນເດືອນມີນານີ້.