ວັນທີ 9 ກຸມພາ 2022 ຄະນະໂຄສະນາອົບຮົມແຂວງຄຳມ່ວນເຂົ້າຮ່ວມກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2020-2021 ໂດຍຜ່ານລະບົບກອງປະຊຸມທາງໄກ,
ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູງກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນອົບຮົມສູນກາງພັກ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ວຽກພັກ-ພະນັກງານ, ສະຫາຍ ສົມພົງ ວັນໄພທອງ, ຄະນະກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍ ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງພາຍໃນແຂວງ ແລະ ສະຫາຍຫົວໜ້າຂະແໜງການພາຍໃນໂຄສະນາອົບຮົມແຂວງເຂົ້າຮ່ວມ.
ໃນວາລະກອງປະຊຸມດັ່ງກ່າວກໍໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມປະຈຳປີ 2020-2021 ແລະ ທິດທາງໜ້າທີ່ວຽກງານຈຸດສຸມປີ 2022. ພ້ອມດຽວກັນນັ້ນກອງປະຊຸມກໍໄດ້ມີການປະກອບຄວາມເຫັນໃສ່ຄຳຖາມເຈາະຈີ້ມ ແລະ ກໍມີບັນດາກະຊວງການຕ່າງໆ, ຄະນະໂຄສະນາອົບຮົມແຕ່ລະແຂວງທົ່ວປະເທດຂື້ນປະກອບຄວາມເຫັນ ເວົ້າລວມ, ເວົ້າສະເພາະກໍຄືຄະນະໂຄສະນາອົບຮົມແຂວງຄຳມ່ວນກໍໄດ້ປະກອບຄວາມເຫັນຕໍ່ກອງປະຊຸມໂດຍສະຫາຍ ສົມພົງ ວັນໄພທອງ ໃນຫົວຂໍ້: "ການໂຄສະນາສຶກສາອົບຮົມແຮງງານລາວທີ່ກັບຈາກຕ່າງປະເທດ" ໂດຍອິງໃສ່ສະພາບລວມພາຍໃນແຂວງຄຳມ່ວນທີ່ໄດ້ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ແຂວງກໍໄດ້ອອກຂໍ້ຕົກລົງແຕ່ຕັ້ງຄະນະສະເພາະກິດຂັ້ນແຂວງຂື້ນເພື່ອເຄື່ອນໄຫວປະຕິບັດຕາມຄໍາສັ່ງຂອງນາຍົກສະບັບເລກທີ 15/ນຍ ລົງວັນທີ 22 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກະກຽມຄວາມພ້ອມ ຮອບດ້ານເພື່ອຕ້ານພະຍາດໂຄວິດ-19, ຄໍາສັ່ງແນະນຳຂອງຄະນະເລຂາທິການສູນກາງພັກເລກທີ 87/ຄລສພ ລົງວັນທີ 25 ເມສາ 2021 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໃນການສືບຕໍ່ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ປະຕິບັດຕາມເອກກະສານນຳພາແນວຄິດຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 16/ຄອສພ, ລົງວັນທີ 11/5/2021 ເລື່ອງ ເພີ່ມທະວີການຊີ້ນຳວຽກງານການເມືອງ-ແນວຄິດໃນ ການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ ປະຕິບັດຕາມຄໍາສັ່ງແນະນໍາ ຂອງເຈົ້າແຂວງຄຳມ່ວນ ແລະ ຄະນະກຳມະການສະເພາະກິດຂັ້ນແຂວງ, ເຊີ່ງເລີ່ມແຕ່ຕົ້ນເດືອນມັງກອນ ປີ 2021 ເປັນຕົ້ນມາຮອດປັດຈຸບັນ. ຜົນການເກັບກໍາຂໍ້ມູນທົ່ວແຂວງຄໍາມ່ວນມີຜູ້ໄປອອກແຮງງານ ຢູ່ຕ່າງປະເທດຈຳນວນທັງໝົດ 28,373 ຄົນ, ຍິງ 15,513 ຄົນ, ກັບມາແລ້ວຈຳນວນ 14,927 ຄົນ, ຍິງ 7,266 ຄົນ, ຈາກການຕິດຕາມທັດສະນະການເມືອງ-ແນວຄິດ ຂອງແຮງງານລາວນຳເຂົ້າໃນໄລຍະຜ່ານມາມີລະດັບຄວາມຮັບຮູ້ທີ່ ແຕກຕ່າງກັນບັນຫາສຳຄັນກໍຄືທັດສະນະແນວຄິດ ແລະ ພຶດຕິກຳສ່ວນຫລາຍແມ່ນມີການສົມທຽບ, ຊັ່ງຊາກ່ຽວກັບການປະຕິບັດນະໂຍບາຍໃຫ້ຄວາມສະດວກ ການບໍລິການດ້ານຕ່າງໆຂອງ ລັດຖະບານ ເປັນຕົ້ນແມ່ນຄວາມເປັນເອກະພາບການຈັດຕັ້ງປະຕິບັດບັນດາມາດຕະການໃນເວລາກັກກັນ, ການປິ່ນປົວ ແຂວງຄຳມ່ວນຈຶ່ງຈັດຕັ້ງການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ກຸ່ມເປົ້າໝາຍດັ່ງກ່າວດ້ວຍຫຼາຍຮູບການເພື່ອເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກ ລະບອບໃໝ່ ລະບອບປະຊາທິປະໄຕປະຊາຊົນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອຂອງຄົນລາວ ຊາດລາວ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ ຊາວຜູ້ອອກແຮງງານ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດສັງເກດຕີລາຄາໄດ້ວ່າ: ສະພາບລວມຂອງແຮງງານລາວນຳ ເຂົ້າຈາກຕ່າງປະເທດໄດ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ ສະແດງອອກໃນຄວາມຕື່ນຕົວເປັນເຈົ້າການຕົນເອງ, ມີຄວາມເຄົາລົບນັບຖືຕໍ່ ການຈັດຕັ້ງ, ລະບຽບການ, ມາດຕະການຕ່າງໆຂອງຄະນະສະເພາະກິດວາງອອກ
ສະນັ້ນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ແຮງງານທີ່ກັບມາຈາກຕ່າງປະເທດ, ຈຶ່ງແມ່ນການສ້າງບາດກ້າວການຫັນປ່ຽນຢ່າງແຂງແຮງໃນວຽກງານພັດທະນາສີມືແຮງງານທີ່ດີ ມີຄຸນນະພາບ ແລະ ປັບປ່ຽນທັດສະນະແນວຄິດຄອນແຄນ, ຕໍ່ປະເທດຊາດບ້ານເກີດເມືອງນອນຂອງຕົນ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນ ແລະ ກົດໝາຍບ້ານເມືອງ. ສະນັ້ນຄະນະພັກ-ອົງການປົກຄອງທຸກຂັ້ນຕ້ອງຖືເປັນໜ້າທີ່ການເມືອງທີ່ສຳຄັນ ແລະ ຈຳເປັນໃນບົດບາດການນຳພາ-ຊີ້ນຳ, ການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໃຫ້ເປັນວຽກທີ່ລະອຽດອ່ອນບໍ່ວ່າໃນເວລາໃດກໍຕາມພັກເຮົາກໍຢືດໜັ້ນທິດນຳພື້ນຖານທີ່ວ່າ: “ ວຽກງານການເມືອງ- ແນວຄິດເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດ ກ່ອນ, ເຮັດເປັນປະຈຳ ແລະສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ ຂອງອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ".