ໃນຕອນເຊົ້າວັນທີ 19 ມັງກອນ 2022 ທີ່ສະໂມສອນໃຫຍ່ຂອງແຂວງຄຳມ່ວນ ຄະນະໂຄສະນາອົບຮົມແຂວງຈັດພິທິປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 73 ປີ (20/1/1949-20/12022)
ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ມີທ່ານຄະນະກຳມະການປະຈຳພັກແຂວງ, ຄະນະກຳມະການພັກແຂວງ, ບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮັບຟັງທັງໝົດ 248 ຄົນ, ຍິງ, 93 ຄົນ.
ໃນພິທີ ທ່ານ ວັນໄຊ ພອງສະຫວັນ ໄດ້ຫວນຄືນປະຫວັດສາດການກຳເນີດຂອງກອງທັບປະຊາຊົນລາວໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ກໍ່ຄືຂະບວນການປະຕິວັດຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949. ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາ ສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ, ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກຳປະຫວັດສາດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາ ຜູ້ຮຸກຮານ ພ້ອມດ້ວຍລູກແຫຼ້ງຕີນມື ຂອງພວກເຂົາ ປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ, ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ; ມາເຖິງປັດຈຸບັນກອງທັບປະຊາຊົນລາວຍັງເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.
ໃນຕອນທ້າຍທ່ານ ວັນໄຊ ພອງສະຫວັນ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ ຜູ້ເຂົ້າຮ່ວມມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນລາວ, ມີຄວາມສາມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງຄຸນ ສົມບັດສິນທຳປະຕິວັດຄຸນງາມຄວາມດີ ບັນດາຜູ້ນຳຮຸ້ນກ່ອນມາໝູນໃຊ້ເຂົ້າໃນຊີວິດ ແລະ ໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບປະສິດທິພາບສູງ.