ຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງທີ່ເມືອງຫີນບູນ.
ໃນວັນທີ 14 ມີຖຸນາ 2021 ຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງທີ່ ເມືອງຫີນບູນ. ໂດຍການເປັນປະທານຂອງ ສະຫາຍ ເທວາ ສີໂສພາ ຮອງເລຂາພັກເມືອງ
ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີບັນດາຄະນະຮັບຜິດຊອບຈັດຕັ້ງຜັນຂະຫຍາຍຂັ້ນເມືອງເຂົ້າຮ່ວມ.
ຈຸດປະສົງໃນການລົງຄັ້ງນີ້ແມ່ນ ເພື່ອໃຫ້ທິດຊີ້ນຳແຜນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງແຕ່ຂັ້ນເມືອງຮອດຮາກຖານບ້ານໂດຍເລັ່ງໃສ່ແຕ່ລະເປົ້າໝາຍເຂົ້າຮ່ວມ, ຊຶ່ງຢູ່ຂັ້ນບ້ານແມ່ນໄດ້ກຳນົດເອົາແຕ່ຜູ້ມີອາຍຸ 18 ປີຂຶ້ນໄປໃຫ້ໄດ້ເຂົ້າຮ່ວມເຊື່ອມຊຶມຢ່າງທົ່ວເຖິງ ແລະ ຮັດແໜ້ນບັນດາເນື້ອໃນເອກະສານເຫັນໄດ້ໝາກຜົນອັນສຳເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.