ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.
ໃນວັນທີ່ 25 ພຶດສະພາ 2021 ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສຳຮອງຂຶ້ນເປັນສະມາຊິກພັກສົມບູນໂດຍການເປັນປະທານຂອງ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,
ມີບັນດາສະຫາຍຕາງໜ້າຈາກຄະນະໜ່ວຍພັກອ້ອມຂ້າງເຂົ້າຮ່ວມ. ຈຸດປະສົງໃນການເປີດພິທີຄັ້ງນີ້ກໍ່ເພື່ອຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຂອງພັກປະຊາຊົນປະຕິວັດລາວ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ. ໃນຕອນທ້າຍ ສະຫາຍ ສົມພົງ ວັນໄພທອງ ໄດ້ມີຄຳເຫັນໂອ້ລົມໃນພິທີ ໃຫ້ບັນດາສະຫາຍສະມາຊິກພັກໃໝ່ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເພື່ອໃຫ້ຕົນເອງກາຍເປັນບຸກຄົນດີເດັ່ນໃນຂະບວນການຮັກຊາດ ແລະ ພັດທະນາ, ກາຍເປັນສະມາຊິກພັກທີ່ກຽມຄວາມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນກໍ່ຄືຮັບໃຊ້ໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ໄດ້ຮັບດ້ວຍໝາກຜົນສຳເລັດສູງ.