ພິທີເປີດຂະບວນການແຂ່ງຂັນ 5 ເປັນເຈົ້າປະຈຳປີ 2021.
ໃນຕອນແລງຂອງວັນທີ 8 ເມສາ 2021 ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງຄຳມ່ວນເປີດຂະບວນການແຂ່ງຂັນ 5 ເປັນເຈົ້າປະຈຳປີ 2021 ໂດຍການເປັນປະທານຂອງທ່ານ ອຸດອນ ສຸດທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ
ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳອົົງການຈັດຕັ້ງມະຫາຊົນ ແລະ ທ່ານ ນາງ ວຽງໄຊ ຍົດຕິແພງ ຮອງປະທານຄະນະບໍລິຫານງານກຳມະບານແຂວງ ມີບັນດາທ່ານຕາງໜ້າຈາກພະແນກການອ້ອມຂ້າງຕະຫຼອດຮອດສະມາຊິກກຳມະບານພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງເພື່ອເຮັດໃຫ້ສະມາຊິກກຳມະບານພາຍໃນໜ່ວຍເຂົ້າຮ່ວມຂະບວນການຂອງອົງການຈັດຕັ້ງພັກ-ລັດ ກໍ່ຄືອົງການຈັດຕັ້ງກຳມະບານເພື່ອພ້ອມກັນພັດທະນາວຽກງານກຳມະບານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ກຳໄດ້ບັນດາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າເປັນບ່ອນອິງໃຫ້ກົມກອງ ແລະ ສະມາຊິກກຳມະບານທີ່ມີຜົນງານດີເດັ່ນ ພ້ອມຍົກສູງຄວາມສາມາດໃຫ້ແກ່ຕົນເອງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ໜ້າທີ່ວຽກງານວິຊາສະເພາະຂອງຕົນເວົ້າສະເພາະໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.