ຄະນະໂຄສະນາອົບຮົມເມືອງທ່າແຂກເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ.
ວັນທີ່ 30 ທັນວາ 2020 ຄະນະໂຄສະນາອົບຮົມເມືອງທ່າແຂກເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ທີ່ສະໂມສອນເມືອງທ່າແຂກ ເຊິ່ງເປັນປະທານຂອງທ່ານ ພູຄ້ຳ ແສງດາລາ ຮອງເລຂາພັກເມືອງທ່າແຂກ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມການຝຶກອົບຮົມທັ້ງໝົດ 35 ທ່ານ, ຍິງ 13 ທ່ານ.