ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວເປີດກວ້າງ ຄັ້ງທີ່ 6 ສະໄໝທີ VII.
ວັນທີ່ 17 ພະຈິກ 2020 ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ່ 6 ສະໄໝທີ VII.ໂດຍການເປັນປະທານຂອງ ທ່ານ ນາງ ບຸນເລີດ ສີຫາລາດ ປະທານໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ,
ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະມາຊິກພາຍໃນໜ່ວຍເຂົ້າຮ່ວມທັງໝົດ. ໃນກອງປະຊຸມ ທ່ານ ນາງ ບຸນເລີດ ສີຫາລາດ ໄດ້ເຜີຍແຜ່ເອກະສານມີຄື: 1. ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ່ 6 ສະໄໝທີ VII ໃນຄັ້ງວັນທີ 14-18 ກັຍຍາ 2020 ທີ່ສູນອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ; 2. ບົດໂອ້ລົມຂອງທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຕາງໜ້າໃຫ້ກົມການເມືອງສູນກາງພັກ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.
ໃນໂອກາດດັ່ງກ່າວທ່ານ ບຸນເລິງ ເລີດບຸນຊູ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ພະນັກງານ, ພ້ອມກັນຕັ້ງໜ້າ ປະຕິບັດໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດ.