ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X.
ຄະນະໂຄສະນາອົບຮົມແຂວງຄຳມ່ວນຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ X ຂຶ້ນໃນວັນທີ 14 ສິງຫາ 2020 ທີ່ຫ້ອງປະຊຸມໃຫຍ່ແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ສະຫາຍ ບຸນມາ ສຸດສະດາວອນ ກໍາມະການປະຈໍາພັກແຂວງ, ຫົວໜ້າອົງການໄອຍະການແຂວງຄໍາມ່ວນ,
ມີບັນດາຄະນະພັກຮາກຖານ, ຄະນະພັກກຳລັງປະກອບອາວຸດ, ສະມາຊິກສະພາຜູ້ແທນປະຊາຊົນແຂວງ ແລະ ບັນດາເລຂາຄະນະໜ່ວຍພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 374 ສະຫາຍ, ຍິງ 109 ສະຫາຍ.
ກອງປະຊຸມໄດ້ຮັບຟັງການລາຍງານ, ການຄົ້ນຄວ້າ, ປຶກສາຫາລື ບັນຫາສຳຄັນຄື: 1.ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານເງີນຕາປະຈຳໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ, 2. ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, 3. ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XI (2021-2025), 4. ການປັບປຸງກົດລະບຽບຂອງພັກ ສະໄໝທີ X, 5. ທິດປັບປຸງກົງຈັກລັດຖະບານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານນຳພາ-ຄຸ້ມຄອງ ໄດ້ຮັບຮູ້ເຂົ້າໃຈແຈ້ງກ່ຽວກັບຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ X, ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງໃນຂົງເຂດວຽກງານຂອງຕົນຮັບຜິດຊອບ ແລະ ເພີ່ມທະວີມູນເຊື້ອສາມັກຄີເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກລະບອບໃໝ່, ສຸມສະຕິປັນຍາເຂົ້າໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.