• ສືບຕໍ່ວຽກງານການເມືອງ-ແນວຄິດ ແລະ ຜັນ
  • ເມືອງທ່າແຂກຈັດປາຖະກະຖາວັນສຳຄັນຂອງ
  • ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານກໍ
  • ເມືອງມະຫາໄຊສະເຫຼີມສະຫຼອງວັນເດັກນ້
  • ກອງປະຊຸມຮັບສ່ອງແສງລາຍງານວຽກງານເກັ
  • ເມືອງຍົມມະລາດປາຖະກະຖາວັນຄ້າຍວັນເກ
ສືບຕໍ່ວຽກງານການເມືອງ-ແນວຄິດ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ

ສືບຕໍ່ວຽກງານການເມືອງ-ແນວຄິດ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ

ສືບຕໍ່ກອງປະຊຸມສະຫຼຸບວຽກງານຈັດຕັ້ງພັກ-ພະນັກງານ, ວຽກງານການເມືອງ-ແນວຄິດ ແລະ ຜັນຂະຫຍາຍເນື້ອໃນກ...
 

ເມືອງທ່າແຂກຈັດປາຖະກະຖາວັນສຳຄັນຂອງຊາດ-ຂອງພັກ.

      ໃນຕອນເຊົ້າວັນທີ 28 ມີນາ 2023 ຢູ່ທີ່ສະໂມສອນຫ້ອງວ່າການເມືອງທ່...
ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານກໍ່ສ້າງຮາກຖານການເມືອງ.

ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານກໍ່ສ້າງຮາກຖານການເມືອງ.

     ວັນທີ 17-18 ມັງກອນ 2023 ທ່ານ ສົມພົງວັນໄພທອງ ກຳມະການປະຈຳພັກແຂວງ, ຫ...
ເມືອງມະຫາໄຊສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

ເມືອງມະຫາໄຊສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

     ໃນວັນທີ 14 ມິຖຸນາ 2022 ທີ່ສະໂມສອນໃຫ່ຍເມືອງມະຫາໄຊ ໄດ້ຈັດພິທີສະເຫຼີ...
ກອງປະຊຸມຮັບສ່ອງແສງລາຍງານວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ.

ກອງປະຊຸມຮັບສ່ອງແສງລາຍງານວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ.

     ຕອນເຊົ້າວັນທີ 27 ມີຖຸນາ 2022 ຄະນະໂຄສະນາອົບຮົມແຂວງຈັດກອງປະຊຸມຮັບສ່...
ເມືອງຍົມມະລາດປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 113 ປີ.

ເມືອງຍົມມະລາດປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 113 ປີ.

     ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2022  ຄະນະໂຄສະນາອົບເມືອງຍົມມະລາດ ຈັ...
Previous
Next

ພິທີ ມອບ-ຮັບ ໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ.

ພິທີ ມອບ-ຮັບ ໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ.
    ພິທີມອບຮັບໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຮັກສາການຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່ ຈັດຂື້ນໃນວັນທີ່ 7 ມັງກອນ 2020. ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ.

ມີບັນດາແຂກຕາງໜ້າຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ. ອິງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 204/ຄລສພ,ລົງວັນທີ່ 29/10/2019. ແລະ ຂໍ້ຕົກລົງຂອງເຈົ້າແຂວງໆຄຳມ່ວນ ສະບັບເລກທີ 2082/ຈຂ/ຄມ,ລົງວັນທີ 16/12/2019 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນອອກຮັບອຸດໜູນບຳນານ ແລະ ອິງຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ສະບັບເລກທີ 470/ຄປຈ.ຄມ, ລົງວັນທີ່ 26/11/2019. ໃນພິທີກໍ່ໄດ້ຜ່ານເອກະສານ ບົດບັນທຶກມອບ-ຮັບໜ້າທີ່ ແລະ ເຊັນບົດບັນທຶກມອບຮັບໜ້າທີ່ໂດຍ ທ່ານ ສຸກສະຫວາດ ລັດຖະຈັກ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ(ຜູ້ເກົ່າ) ແລະ ທ່ານ ແກ້ວວັນໄຊ ສຸກແສນທອງ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຂຶ້ນຮັກສາການຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ.
    ໃນຕອນທ້າຍທ່ານ ສົມໃຈ ເພັດສີນວນ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ແລະ ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນໃນຂົງເຂດວຽກງານການເມືອງ-ແນວຄິດ ແລະ ຮຽກຮ້ອງໃຫ້ເອົາໃຈໃສ່ຊີ້ນຳວຽກງານເພື່ອເຮັດໃຫ້ໄດ້ຮັບໝາກຝົນເພີ່ມຂື້ນເລື້ອຍໆ.