~~ໃນວັນທີ່ 30 ມັງກອນ 2018 ຄະນະໂຄສະນາອົບຮົມແຂວງຄຳມ່ວນເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານກ່ຽວພັນເຖິງຂະບວນການ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໂດຍການເປັນປະທານຂອງທ່ານ ນ ບຸນເລີດ ສີຫາລາດ ປະທານໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ
ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອຸດອນ ສຸດທິລາດ ຮອງເລຂາໜ່ວຍພັກ; ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ມີຜູ້ເຂົ້າຮ່ວມທັງໝົດ 16 ຄົນ.
ຈຸດປະສົງກໍ່ເພື່ອເປີດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ຕິດພັນກັບຂະບວນການແຂ່ງຂັນ-ຍ້ອງຍໍພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ຂອງພະນັກງານໃນຄະນະໂຄສະນາອົບຮົມແຂວງ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງສະຫະພັນແມ່ຍິງ, ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການພັດທະນາ, ຄວາມສະເໝີພາບຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດແມ່ຍິງມີໂອກາດເຂົ້າຮ່ວມເຄື່ອນໄຫວວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.