ພິທີມອບ-ຮັບປື້ມປະຫວັດສາດສາຍພົວພັນແບບພິເສດຄຳມ່ວນ-ກວ໋າງບິ່ງ.

ພິທີມອບ-ຮັບປື້ມປະຫວັດສາດສາຍພົວພັນແບບພິເສດຄຳມ່ວນ-ກວ໋າງບິ່ງ.
    ໃນວັນທີ່ 3 ມີຖຸນາ 2019 ຄະນະໂຄສະນາອົບຮົມແຂວງຄຳມ່ວນຈັດພິທີມອບ-ຮັບ ປຶ້ມ ປະຫວັດສາດສາຍພົວພັນແບບພິເສດຄຳມ່ວນ-ກວ໋າງບິ່ງ ໄລຍະແຕ່ປີ 1945-2015.

ໂດຍການເຂົ້າຮ່ວມຂອງທ່ານ ສຸກສະຫວາດ ລັດຖະຈັກ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ກາວ ວັນດິງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາພັກ ແຂວງກວ໋າງບິ່ງ ສສ ຫວຽດນາມ, ທ່ານ ວົງເພັດ ຈິດປັນຍາ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ແລະ ມີບັນດາຫົວໜ້າ, ຮອງຫົວໜ້າພະແນກ, ພະນັກງານບຳນານ, ອາດິດການນໍຳຂອງແຂວງ. ເພື່ອຈາລຶກມູນເຊື້ອມິດຕະພາບ, ການຮ່ວມມືຮອບດ້ານ, ໃນການພົວພັນແບບພິເສດລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການສ້າງສາ ແລະ ພັດທະນາຢ່າງໝັ້ນຄົງເຂັ້ມແຂງໃນຫຼາຍປີຜ່ານມາ, ເພື່ອແນໃສ່ປົກປັກຮັກສາ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວເວົ້າລວມ ແລະ ສອງແຂວງ ຄຳມ່ວນ-ກວ໋າງບິ່ງ ເວົ້າສະເພາະ; ແນໃສ່ປະຕິບັດແຜນນະໂຍບາຍຂອງການນຳພັກ ແລະ ອຳນາດການປົກຄອງສອງແຂວງ ຄຳມ່ວນ-ກວ໋າງບິ່ງ, ຄະນະໂຄສະນາສຶກສາພັກແຂວງກວ໋າງບິ່ງ, ສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງກວ໋າງບິ່ງ ແລະ ຄະນະໂຄສະນາອົບຮົມແຂວງຄຳມ່ວນ ຈຶ່ງໄດ້ຮຽບຮຽງ ແລະ ຈັດພິມປຶ້ມ ປະຫວັດສາດການພົວພັນແບບພິເສດ ກວ໋າງບິ່ງ-ຄຳມ່ວນ(1945-2015). ເນື້ອໃນຂອງປຶ້ມໄດ້ນຳໃຊ້ໝາກຜົນຫົວຂໍ້ວິທະຍາສາດ “ຄົ້ນຄວ້າການພົວພັນມິດຕະພາບ, ຮ່ວມມືແບບພິເສດ ລະຫວ່າງແຂວງ ກວ໋າງບິ່ງ ແລະ ແຂວງຄຳມ່ວນ, ສະຫວັນນະເຂດ ໄລຍະປີ 1954-2000”.